ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄອ​ເອັມ​ເອ​​ຟ ປ່ອຍ​ເງິນ​ກູ້​ງວດ​ໃໝ່ ໃຫ້​ແກ່ ອາກ​ຊັງ​ຕິນ 4,7 ຕື້​ໂດ​ລາ​ສະຫະລັດ


     ຕາມ​ຂ່າວ​ຈາກ​ນະຄອນຫຼວງ ບູ​ເອ​ໂນ​ແຊກ ເປີດເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 1 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ກອງ​ທຶນ​ເງິນຕາ​ສາກົນ (IMF)
ໄດ້ອະນຸມັດ​ເງິນ​ກູ້​ງວດ​ໃໝ່​ມູນ​ຄ່າ 4,7 ຕື້​ໂດ​ລາ​ສະຫະລັດ ໃຫ້​ແກ່ ອາກ​ຊັງ​ຕິນ ເຊິ່ງ​ເງີນ​ກູ້​ດັ່ງກ່າວ​ເປັນ​ສ່ວນ​ໜຶ່ງ​ຂອງ​ວົງ​ເງ​​ິນ​ສິນ​ເຊື່ອ 44
ຕື້​ໂດ​ລາ​ສະຫະລັດ ຕາມ​ຂໍ້​ຕົກລົງ​ປັບ​ໂຄງ​ສ້າງ​ໃນ​ປີ 2022 ຈົນ​ເຖິງ​ປັດຈຸບັນ.

     ໄອ​ເອມ​ເອ​​ຟ ໄດ້​ອະນຸມັດ​ເງິນ​ໃຫ້​ແກ່ ອາກ​ຊັງ​ຕິນ ໄປ​ແລ້ວ​ປະມານ 40,6 ຕື້​ໂດ​ລາ​ສະຫະລັດ ເພື່ອ​ສະໜັບສະໜູນ​ນະໂຍບາຍ​ອັນ​
ເຂັ້ມ​ແຂງ​ຂອງ​ລັດຖະບານ ອາກ​ຊັງ​ຕີນ ໃນ​ປັດຈຸບັນ ເພື່ອ​ການ​ຟື້ນ​ຟູ​ສະຖຽນ​ລະ​ພາບ​ຂອງ​ໂຄງ​ປະກອບ​ເສດຖະກິດມະຫາ​ພາກ ​ເພື່ອ​ປູ​
ທາງ​ໃຫ້​ມີ​ການ​ກັບ​ຄືນ​ສູ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

     ໃນ​ຂະນະ​ທີ່ ໄອ​ເອັມ​ເອ​​ຟ ຄາດ​ການ​ວ່າເສດຖະກິດ​ຂອງ​ ອາກ​ຊັງ​ຕິນ ຈະ​ຍັງ​ຄົງ​ປະ​​ເຊີນ​ໜ້າກັບ​ສະພາບ​ການ​ທົດ​ຖອຍ​ໃນ​ປີ​ນີ້ ເຊິ່ງ​
ມີ​ຈຳນວນ​ເງິນ​ຕິດ​ລົບ 2,8%. ອັດຕາ​ເງິນ​ເຟີ້​ໃນ​ປີ 2023 ທີ່​ຜ່ານ​ມາ ເພີ່ມ​ຂຶ້ນ​ສູງ​ສຸດ​ເປັນ​ປະຫວັດສາດ 211,4%.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2024